ສາເຫດ Cloudflare ລົ້ມໃນຕອນເເລງວັນທີ 18 ພະຈິກ 2025

ໃນຕອນເເລງຂອງວັນທີ 18/11/2025 ຊ່ວງເວລາປະມານ 16:20 - 21:30 ລະບົບຂອງ Cloudflare ໄດ້ມີຂໍ້ຜິດພາດເກີດຂຶ້ນເຮັດໃຫ້ລະບົບລົ້ມ ແລະ ເປັນສາເຫດໃຫ້ເວັບໄຊທ໌ຫຼາຍລ້ານເວັບໄຊທ໌ທົ່ວໂລກທີ່ນຳໃຊ້ບໍລິການຂອງ Cloudflare ຢຸດເຮັດວຽກພ້ອມກັນ. ໜຶ່ງໃນນັ້ນກະແມ່ນລະບົບຂອງ LOCA ທີ່ໄດ້ຮັບຜົນກະທົບເຊັ່ນກັນ.

ແລ້ວ Cloudflare ແມ່ນຫຍັງ?

ເວົ້າງ່າຍໆ Cloudflare ກໍປຽບສະເໝືອນກັບຍາມຮັກສາຄວາມປອດໄພ + ຕົວຄວບຄຸມການໄຫຼຂອງຂໍ້ມູນເທິງອິນເຕີເນັດ.

- ຊ່ວຍປົກປ້ອງເວັບໄຊທ໌ຈາກການໂຈມຕີທາງໄຊເບີ.
- ຊ່ວຍໃຫ້ເວັບໄຊທ໌ໂຫຼດໄດ້ໄວຂຶ້ນ.
- ເຮັດໃຫ້ການສົ່ງຂໍ້ມູນມີຄວາມລື່ນໄຫຼຂຶ້ນ.

ເຊິ່ງເວັບໄຊທ໌ໃຫຍ່ໆ ທີ່ໃຊ້ບໍລິການຂອງ Cloudflare ກໍຈະມີ: ChatGPT, X/Twitter, Spotify, Canva. . .

ເປັນຫຍັງ Cloudflare ຄືລົ້ມ?

ຕາມການລາຍງານ ສາເຫດແມ່ນເກີດມາຈາກ Automatically generated configurations file ເຊິ່ງເປັນຟາຍທີ່ຖືກອອກແບບມາເພື່ອຈັດການກັບໄພຄຸກຄາມທາງດ້ານຄວາມປອດໄພ ໄດ້ມີຂະຫນາດໃຫຍ່ກວ່າທີ່ມັນຄວນຈະເປັນ, ເປັນສາເຫດເຮັດໃຫ້ລະບົບຂອງ Cloudflare ລົ້ມ ກະເລີຍເຮັດໃຫ້ຫຼາຍໆເວັບໄຊທ໌ທີ່ໃຊ້ບໍລິການ Cloudflare ເກີດຂໍ້ຜິດພາດ ແລະ ບໍ່ສາມາດເຂົ້າໃຊ້ງານໄດ້.

ແລ້ວມັນເກີດຈາກການໂຈມຕີທາງໄຊເບີບໍ? 

Cloudflare ກ່າວວ່າ ຍັງບໍ່ພົບຫຼັກຖານທີ່ຈະເຊື່ອມໂຍງໄປເຖິງການໂຈມຕີທາງໄຊເບີເທື່ອ ແລະ ມັນອາດຈະເປັນພຽງຂໍ້ຜິດພາດທາງເຕັກນິກພາຍໃນລະບົບຂອງເຂົາເຈົ້າເອງ.

ແຫຼ່ງອ້າງອີງ: